ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ການ​ຮ່ວມ​ມື ຣັດ​ເຊຍ-ຈີນ ບັນລຸ​ເຖິງ​ ລະດັບ​ສູງ​ສຸດ​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ

     ວັນທີ 14 ທັນວາ ນີ້, ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີ ຣັດເຊຍ ໄດ້ຖະແຫຼງຂ່າວປະຈຳປີ ຢູ່ນະຄອນຫຼວງມົດສະກູ ສະ
ຫະພັນຣັດເຊຍ ພ້ອມທັງຕອບຄຳຖາມໂດຍກົງກັບສື່ມວນຊົນ ທັງ ພາຍໃນ ແລະ ຕ່າງປະເທດ.

     ໃນເວລາກ່າວເຖິງສາຍພົວພັນ ຣັດເຊຍ-ຈີນ, ທ່ານ ປູຕິນ ກ່າວຢືນຢັນວ່າ: ການຮ່ວມມືລະຫວ່າງຣັດເຊຍ-ຈີນ ໄດ້ບັນລຸເຖິງລະ
ດັບສູງສຸດແບບບໍ່ເຄີຍມີມາກ່ອນ
, ສາຍພົວພັນ ຣັດເຊຍ-ຈີນ ເປັນ ສິ່ງຮັບປະກັນສະຖຽນລະພາບຂອງໂລກ.

     ທ່ານ ປູຕິນ ກ່າວຕື່ມວ່າ: ມູນຄ່າການຄ້າສອງຝ່າຍ ຣັດເຊຍ-ຈີນ ໃນປີ 2023 ຄາດວ່າ: ຈະບັນລຸເຖິງ 220-230 ຕື້ໂດລາ.
ການຮ່ວມມືລະຫວ່າງປະເທດ ອົງການບຣິກສ ບໍ່ໄດ້ແນໃສ່ຝ່າຍທີສາມ ແຕ່ຫາກແມ່ນເພື່ອຜົນປະໂຫຍດຮ່ວມກັນຂອງປະເທດຕ່າງໆ
ໃນທົ່ວໂລກ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 18/12/2023